ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງ​ປ້ອງ​ກັນ​ປະເທດ ປະດັບ​ຫຼຽນ​ໄຊ​ ພິລະ​ອາດ​ຫານ​ຊັ້ນ I
ໃຫ້​ເຈົ້າແຂວງ ແຂວງ​ບໍ​ລິ​ຄຳ​ໄຊ


    ໃນ​ວັນ​ທີ 6 ມີນາ 2023 ນີ້, ຢູ່​ທີ່ຫ້ອງ​ວ່າການ​ປົກຄອງ​ແຂວງບໍ​ລິ​ຄຳ​ໄຊ ໄດ້​ມີ​ພິທີປະດັບ​ຫຼຽນ​ໄຊ​ພິລະ​ອາດ​ຫານ ຊັ້ນ I ໃຫ້​ເຈົ້າແຂວງ ແຂວງ​ບໍ​ລິ​ຄຳ​ໄຊ ທີ່​ມີ​ຜົນງານ​ໃນ​ການເຄື່ອນໄຫວ ນຳພາ-ຊີ້​ນຳ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບຢູ່​ແຂວງ​ບໍ​ລິ​ຄຳ​ໄຊ ໃນ​ໄລຍະ 10 ປີ ( 2012-2022), ໂດຍ​ ການ​ເຂົ້າ​ຮ່ວມ ແລະ ປະດັບຫຼຽນໄຊຂອງສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ກຳມະການ​ກົມການເມືອງ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ, ຮອງ ປະທານ, ຜູ້​ປະຈຳການ​ຄະນະ​ກຳມະການປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບສູນ​ກາງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດມີ ສະຫາຍ ​ປອ ກອງ​ແກ້ວ ໄຊ ສົງຄາມ ກຳມະການ​ສູນກາງ​ພັກ, ເລຂາ​ພັກ​ແຂວງເຈົ້າແຂວງ ແຂວງ​ບໍ​ລິ​ຄຳ​ໄຊ, ປະທານ​ຄະນະ​ກຳມະການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ, ມີ ຫ້ອງການຄະນະ​ກຳມະການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບສູນ​ກາງ, ກົມນະໂຍບາຍກົມ​ໃຫຍ່​ການເມືອງກອງທັບ, ຄະນະ​ກຳມະການ​ປ້ອງ​ກັນ​ຊາດ-ປ້ອງ ​ ກັນຄວາມ​ສະຫງົບ​ແຂວງ​ບໍ​ລິ​ຄຳ​ໄຊ, ຄະນະ​ພັກ-ຄະນະ​ບັນຊາ ພ້ອມ​ດ້ວຍ​ພະນັກງານ​ຫຼັກ​ແຫຼ່ງ ​ປກຊ-​ປກສ ແຂວງເຂົ້າ​ຮ່ວມ.

     ສະຫາຍ ພັນ​ເອກ ວັນ​ລະ​ວົງ ນັນທະ​ວົງ ຫົວໜ້າ​ກົມ​ນະໂຍບາຍ ກົມ​ໃຫຍ່​ການເມືອງ​ກອງທັບ ໄດ້​ຂຶ້ນ​ອ່ານ​ຂໍ້​ຕົກລົງ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ ດ້ວຍ​ການ​ມອບ​ຫຼຽນ​ໄຊ​ພິລະ​ອາດ​ຫານ​ຊັ້ນ I ໃຫ້ ສະຫາຍ ​ປອ ກອງ​ແກ້ວ ໄຊ​ສົງຄາມ ເຈົ້າແຂວງ ແຂວງ​ບໍ​ລິ​ຄຳ​ໄຊ ເພື່ອ​ຍ້ອງຍໍ​ຜົນງານ​ໃນ​ການເຄື່ອນໄຫວ ນຳພາ-ຊີ້​ນຳ ວຽກ​ງານປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບຢູ່​ແຂວງ​ບໍ​ລິ​ຄຳ​ໄຊ ເຮັດ​ໃຫ້​ສະພາບ​ພາຍໃນ​ແຂວງ​ມີ​ຄວາມ​ສະຫງົບໂດຍພື້ນຖານ ແລະ ໄດ້​ຮັບ ການ​ພັດທະນາ​ຮອບດ້ານ​ເປັນ​ກ້າວໆ​ມາ​ໃນ​ຕະຫຼອດ​ໄລຍະ 10 ປີ ຜົນງານ​ດັ່ງກ່າວ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ສ້າງສາ ແລະ ພັດທະນາ ​ ປະເທດ​ຊາດ. ໃນ​ພິທີຍັງ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ຫຍໍ້​ການຈັດຕັ້ງ​ເຄື່ອນ​ໄຫວ​ນຳພາ-ຊີ້ນຳ ຂອງ​ຄະນະ​ກຳມະການປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມສະຫງົບຢູ່​ ແຂວງບໍ​ລິ​ຄຳ​ໄຊ ໃນ​ໄລຍະ 10 ປີຜ່ານ​ມາ ເຫັນວ່າທົ່ວ​ແຂວງ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ, ການ​ພັດທະນາ​ເສດຖະກິດ, ວັດທະນະທຳ-ສັງຄົມ​ມີ​ການ​ຂະ ຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ, ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ນັກຮົບ​ກຳລັງ ​ປກຊ-​ປກສ ແລະ ປະຊາຊົນ​ບັນດາເຜົ່າ​ໄດ້​ມີ​ການ​ປ່ຽນແປງ​ໄປ​ໃນ​ທິດ​ທາງ​ທີ່​ດີ ​ເຮັດ ​ໃຫ້​ທຸກ​ຊັ້ນ​ຄົນ​ມີ​ຄວາມ​ຕື່ນ​ຕົວ​ປະກອບສ່ວນ​ເຂົ້າ​ໃນ​ວຽກງານປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ທົ່ວ​ປວງ​ຊົນ​ຮອບດ້ານ​ຢ່າງ​ແຂງແຮງ.

     ໂອກາດ​ດັ່ງກ່າວ, ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ ຕໍ່​ເຈົ້າແຂວງ ແຂວງ​ບໍ​ລິ​ຄຳ​ໄຊ ກໍ​ຄືຄະນະ​ກຳມະການ​ ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ​ທີ່​ໄດ້​ນຳພາ-ຊີ້​ນຳວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ອັນ​ໄດ້​ສ້າງ​ພື້ນຖານ​ໃຫ້​ແກ່​ຊີວິດ​ການ​ເປັນ​ຢູ່ ຂອງປະຊາຊົນ​ບັນດາເຜົ່າດີ​ຂຶ້ນ​ເທື່ອ​ລະ​ກ້າວ, ເສດຖະກິດ, ວັດທະນະທຳ-ສັງຄົມ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ແລະ ເຮັດ​ໃຫ້ສະພາບ​ພາຍ​ໃນ​ແຂວງ​ມີ​ຄວາມ​ສະ ຫງົບ. ພ້ອມ​ດຽວ​ກັນ​ນັ້ນ, ສະຫາຍ ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະເທດ ຍັງ​ໄດ້​ເນັ້ນ​ໜັກ​ໃຫ້ການ​ນຳ​ແຂວງ, ຄະນະ​ພັກ-ຄະນະ​ບັນຊາ ​ປກຊ-​ປກສ ເພີ່ມ​ທະ ວີ​ຄວາມ​ເປັນເຈົ້າການ​ນຳພາ-ຊີ້​ນຳ​ ຕໍ່​ຂົງເຂດ​ວຽກ​ງານ​ດັ່ງກ່າວ​ໃຫ້​ແຂງແຮງ, ມີ​ຈຸດ​ສຸມ​ຕາມ​ທິດ​ຊີ້​ນຳ​ຂອງ​ຂັ້ນ​ເທິງ, ເອົາໃຈໃສ່​ຊີ້​ນຳ​ກຳລັງ​ຫັນ​ກໍ່ສ້າງ​ຮາກ​ຖານ ​ ການເມືອງ​ຕາມ 4 ເນື້ອ​ໃນ 4 ຄາດໝາຍເຄື່ອນ​ໄຫວ​ຕາມ​ພາລະ​ບົດບາດ​ຂອງ​ຕົນ​ຢ່າງ​ແຂງແຮງ​ກວ່າເກົ່າ, ພະນັກງານ​ແຕ່​ລະ​ຂັ້ນ​ຕ້ອງ​ເຊື່ອມ​ຊຶມ​ກຳ​ແໜ້ນ​ໜ້າ ທີ່​ພາລະ​ບົດບາດ​ຂອງ​ຕົນຕິດ​ພັນ​ກັບ​ວຽກ​ງານ 3 ສ້າງ, ແກ້​ໄຂ​ສະພາບ​ຄວາມ​ບໍ່​ສະຫງົບ​ໃຫ້​ຂາດ​ຕົວ, ສ້າງ​ໃຫ້​ເປັນ​ກຳລັງ​ຫຼັກ​ແຫຼ່ງ​ທີ່​ເຂັ້ມແຂງ, ຖື​ເອົາ​ການ​ ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ເປັນ​ກົກ, ເອົາ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ເປັນໃຈ​ກາງ ແລະ ເອົາ​ວຽກ​ງານປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ ຫງົບເປັນ​ພື້ນຖານ ເພື່ອ​ຮັບປະກັນ​ໃນ​ການ​ປະຕິບັດ​ວຽກ​ງານ​ໃຫ້​ມີ​ຄຸນ​ນະ​ພາບ​ສູງ​ສຸດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 09/03/2023